ກອງປະຊຸມໃຫ່ຍຄັ້ງທີ່ II ຂອງ 4 ໜ່ວຍພັກ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ.
ກອງປະຊຸມໃດ້ດໍາເນີນມາເວລາ 2 ວັນເຕັມ ທາມກາງບັນຍາກາດທີ່ທົ່ວພັກ, ກຽ່ມຄໍານັບຮັບຕ້ອນ ກອງປະຊຸມໃຫ່ຍ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ,ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມເປັນລະບຽບ ແລະ ມີຄວາມເປັນເອກະພາບຂອງແຕ່ລະໜ່ວຍພັກ, ມີຄວາມຍີ້ນດີ ແລະ ເຫັນດີຕໍ່ຜົນຂອງຄະແນນທີ່ໄດ້ຄັດເລື່ອກເອົາ ເລຂາ, ຮອງເລຂາ,ຜູ້ກວດກາໜ່ວຍຊຸດໃໜ່ຂອງ 4 ໜ່ວຍພັກຢ່າງເປັນເອກະພາບ.
ກອງປະຊຸມບັ້ນດຳເນີນຊິວິດການເມືອງ ເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງວັນທີ່ 20-21 ກຸມພາ 2020.
ໃນຕອນເຊົ້າຂອງວັນທີ່ 20-21 ກຸມພາ 2020 ທີ່ຜ່ານມາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ, ໄດ້ເປິດກອງປະຊຸມບັ້ນດຳເນີນຊິວິດການເມືອງ ເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ໃຫ້ກຽ່ດເປັນປະທານ ທ່ານ ແດນປີ ມູນທະດີ ຮອງເລຂາຄະນະພັກແຂວງ ແລະ ທ່ານ ບຸນເສັງ ປະຖັມມະວົງ ຄະນະປະຈຳພັກແຂວງ ເປັນປະທ່ານ ຜ່ານ ສອງໄລຍະ ມີບັນດາ ເລຂາ, ຮອງເລຂາ, ຄະນະສຸກຢູກອງປະຊຸມຂັ້ນແຂວງ ພ້ອມທັງບັນດາສະຫາຍສະມາຊິກພັກເຂົ້າຮ່ວມ 69 ສະຫາຍ, ຍິງ 17 ສະຫາຍ, ສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
Read more: ກອງປະຊຸມບັ້ນດຳເນີນຊິວິດການເມືອງ ເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ...
ກອງປະຊຸມສະຫຼູບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 2020 ຂອງຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ, ໃນຄັ້ງວັນທີ່ 06 ກຸມພາ 2020.
ໃນຕອນເຊົ້າຂອງວັນ 06 ກຸມພາ ປີິ 2020, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃດ້ເປິດກອງປະຊຸມສະຫຼູບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 2020 ຂື້ນທີ່ຫ້ອງປະຊຸມໃຫ່ຍຂອງຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ ຢ່າງເປັນທາງການ. ໃຫ້ກຽ່ດເປັນປະທານ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍ ທ່ານ ບຸນເສັງ ປະທໍາມະວົງ ຄະນະປະຈຳພັກແຂວງ ຮອງ ເຈົ້າແຂວງ ບໍລິຄຳໄຊ,ໃຫ້ກຽ່ດເປັນປະທານ, ນອກນັ້ນຍັງມີບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ກອງຕິດຕາມຊັບພະຍາກອນເຂົ້າຮ່ວມ ແລະ ບັນດາບັນດາເມືອງ 7 ຄົວເມືອງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ 7 ເມືອງ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມ 146 ທ່ານ.
Read more: ກອງປະຊຸມສະຫຼູບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 2020 ຂອງຂົງເຂດຊັບພະຍາກອນທຳມະຊາດ ແລະ...
ກອງປະຊຸມ ການເຄື່ອນໄຫວ່ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ທີ່ຂື້ນກັບ ພຊສ ແຂວງ.
ໃນຕອນເຊົ້າຂອງວັນ 04 ກຸມພາ ປີິ 2020, ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ ໃດ້ເປິດກອງປະຊຸມ ການເຄື່ອນໄຫວ່ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ທີ່ຂື້ນກັບ ພຊສ ແຂວງ. ພ່າຍໃຕ້ການເປັນປະທານຮ່ວມ ທ່ານ ນາງ ທອງຈັນ ອະຄະມາເຂດ ຮອງ ຫົວໜ້າ ກົມຈັດຕັ້ງ - ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນກອງປະຊຸ່ມຄັ້ງນີ້ ປະກອບມີ 8 ຂະແໜງການ ແລະ ບັນດາຕົວເມືອງ 7 ຕົວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ
Read more: ກອງປະຊຸມ ການເຄື່ອນໄຫວ່ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ ແລະ...
ພີທີປິດກອງປະຊຸມບັ້ນດຳເນີນຊິວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປີ 2019 ຂອງຮາກ ຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄັ້ງວັນທີ່ 26/12/2019 – 03/01/2020
ໃນຕອນເຊົ້າຂອງວັນທີ 03 ມັງກອນ 2020 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ປິດພີທີບັ້ນດຳເນີນຊິວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2019 ຂອງຮາກ ຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ຫ້ອງປະຊຸມໃຫ່ຍຂອງພະແນກ ພາຍໃຕ້ການເປັນປະທານ ທ່ານ ບຸນຄໍ້າ ໄຊເຢຍລໍ່ວື ຄະນະປະຈໍາພັກແຂວງ ທັງເປັນ ຫົວໜ້າ ອົງການກວດກາລັດ,ພ້ອມທັງ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄະນະພັກຮາກຖານ , ແຂກ ແລະ ສະຫາຍ ສະມາຊິກພັກ ສົມບູນ ແລະ ສໍາຮອງ ເຂົ້າຮ່ວມ 76 ສະຫາຍ ຍິງ 23 ສະຫາຍ.
Page 2 of 3