ໃນຕອນເຊົ້າຂອງວັນທີ 26 ທັນວາ  2019 ທີ່ຫ້ອງປະຊຸມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມບັ້ນດຳເນີນຊິວິດການເມືອງ ກວດກາໜ່ວຍພັກ  ປອດໃສ, ເຂັ້ມແຂງ,  ໜັກແໜ້ນ ປີ 2019 ຂອງຮາກ ຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານ ທ່ານ ສົມສະຫງວນ ສຸວັນນະລາດ  ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ  ຄະນະພັກຮາກຖານ ,  ເລຂາ ພັັກຮາກຖານ ພ້ອມທັ້ງ ສະຫາຍ ສະມາຊິກພັກ ສົມບູນ ແລະ ສໍາຮອງ ເຂົ້າຮ່ວມ  76 ສະຫາຍ ຍິງ 23 ສະຫາຍ.

ກອງປະຊຸມໃນຄັ້ງນີ້ ໃຫ້ກ່ຽດໂດຍ  ສະຫາຍ  ສົມສະຫງວນ ສຸວັນນະລາດ  ເລຂາຄະນະພັກຮາກຖານ  ພຊສ  ຂື້ນຜ່ານ  2 ເອກສານ ກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ່ 03 ມັງກອນ 2018  ຄໍາສັ່ງ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ,  ແມະຕິຕົກລົງຂອງຄະນະປະຈຳພັກແຂວງ ບໍລິຄຳໄຊ, ວ່າດ້ວຍການມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ,  ສະບັບເລກທີ່ 368/ຄປພ.ຂບຊ ລົງວັນທີ່ 25 ກໍລະກົດ 2019, ເປັນກຽດຂື້ນມອບບັດໃນຄັງນີ້  ສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາພັກຮາກຖານ ພຊສ, ເນື້ອໃນແຕ່ລະເອກສານ ແມ່ນມີ ຄວາມໜາຍຄວາມສຳຄັນຕໍ່ການກໍ່ສ້າງພັກ ປອດໃສ, ເຂັມແຂງ ແລະ ໜັກແໜ້ນ,ຕໍ່ມາ ສະຫາຍ ຄຳດີ ພິມມະສອນ ຮອງເລຂາພັກຮາກຖານ ພຊສ 1 ເອະສານຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 291/ຂຈສພ ລົງວັນທີ26/04/2018 ວ່າດວ້ຍ ຄຳແນະນໍາ ກຽ່ວກັບການຈັດຕັ້ງປະຕິບັດ ຄໍາສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວິການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ. (ກອງປະຊຸມຍັງໃດ້ສືບຕໍ່)