ໃນຕອນເຊົ້າ ເວລາ 08:00 ໂມງ ຂອງວັນທີ 02 ກຸມພາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ບໍລິ​ຄຳ​ໄຊ ໄດ້ຈັດຕັ້ງກອງປະຊຸມ ແລກປ່ຽນ, ຖອດຖອນບົດຮຽນພາຍໃນຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ປະຈຳ​ປີ 2020 ​ແລະ ທິດ​ທາງ​ແຜນການ ປີ 2021- 2025 ຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງກອງປະຊຸມຄັ້ງນີ້ມີຫົວໜ້າພະແນກ ແລະ ຄະນະພະແນກ, ຫົວໜ້າຫ້ອງການ ຊສ 07 ຕົວ​ເມືອງ, ຫົວໜ້າຂະແໜງ-ຮອງຂະແໜງ,  ພ້ອມ​ດ້ວຍພະນັກງານວິຊາການ ເຂົ້າຮ່ວມມີຈໍານວນທັງໝົດ 56 ທ່ານ, ຍິງ 15 ທ່ານຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບ ຮ່າງບົດສະຫຼຸບ ຮອບດ້ານປະຈໍາປີ 2020  ແລະ ​ຜ່ານທິດ​ທາງ​ແຜນການປະຈຳ​ປີ2021 ສະ​ເພາະຢູ່ພາຍໃນ​ຂົງ​ເຂດ​ວຽກ​ງານ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມແຂວງຈາກທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.ພ້ອມໄດ້ຮັບຟັງການລາຍງານກ່ຽວກັບ ຂັ້ນຕອນໃນການດໍາເນີນວຽກງານປະຕູດຽວຂອງແຂວງ ແລະ ການກະກຽມສ້າງຕັ້ງໜ່ວຍງານອອກໃບຕາດິນຂັ້ນເມືອງ ( ເມືອງທ່າພະບາດ ແລະ ເມືອງຄໍາເກີດ ) ການລາຍງານຈາກ ບັນດາຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງທັງ 07 ເມືອງ ຂື້ນມາຜ່ານບົດລາຍງານຫຍໍ້ ຂອງການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໂດຍຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນຕ່າງໆ ມາດຕາການ ແລະ ວິທີແກ້ໄຂ.​

     ຫົວໜ້າພະແນກ ພ້ອມດ້ວຍຄະນະພະແນກ, ມີບັນດາຫົວໜ້າຫ້ອງການຊັບທັງ 7 ຕົວເມືອງ ແລະ ບັນດາຫົວໜ້າຂະ ແໜງ ໄດ້ປະກອບຄໍາຄິດເຫັນໃສ່ ເພື່ອເຮັດໃຫ້ຮ່າງບົດສະຫຼຸບປະຈໍາປີສົມບູນຍິງຂື້ນ ໄດ້ມອບ - ຮັບໃບຍ້ອງຍໍ, ໃບຊົມເຊີຍ ຂັ້ນຕ່າງໆ ເຊັ່ນ: ຂັ້ນກະຊວງ, ຂັ້ນແຂວງ, ຂັ້ນພະແນກ ໃຫ້ແກ່ພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດແຂວງ ແລະ ບັນດາພະນັກງານຫ້ອງການຊັບພະຍາກອນທໍາ ແລະ ສິ່ງແວດລ້ອມທັງ 7 ເມືອງ. ແລະ ເພື່ອແລກປ່ຽນ, ຖອດຖອນບົດຮຽນພາຍໃນຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ປະຈຳ​ປີ 2020 ​ແລະ ທິດ​ທາງ​ແຜນການ ປີ 2021- 2025; ສຸມ​ໃສ່ປຶກສາ​ຫາລື​ບັນຫາ​ທີ່​ພົ້ນ​ເດັ່ນ ກ່ຽວ​ກັບວຽກ​ງານທີ່​ດິນ, ວຽກ​ງານ​ສິ່ງ​ແວດ​ລ້ອມ, ວຽກ​ງານການ​ຄຸ້ມ​ຄອງ​ ຊັບພະຍາກອນ​ນໍ້າ ​ແລະ ອຸຕຸນິຍົມ-ອຸ​ທົກ​ກະສາ​ດ, ​ແຜນການ-ການ​ເງິນ, ວຽກ​ການຈັດ​ຕັ້ງ, ກວດກາ ແລະ ບັນຫາ​ອື່ນໆ, ພ້ອມັ້ນຍັງປຶກສາ​ຫາລື​ຄົ້ນຄວ້າ​ຈັດ​ຕັ້ງຜັນ​ຂະຫຍາຍແຜນ​ປະຈຳ​ປີ 2021 ພ້ອມ​ທັງ​ວາງ​ວິທີ​ການ, ມາດ​ຕະການ​ຕ່າງໆ, ໜ້າ​ທີ່ ໆ​ເໝາະ​ສົມ ​ເພື່ອ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງປົກປັກ​ຮັກສາ ​ຟື້ນ​ຟູບູລະນະ​ຊັບພະຍາ​ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ ສ້າງ​ຄວາມ​ເຂັ້ມ​ແຂງ​ການ​ພັດທະນາ​ຕາມ​ທິດ​ສີຂຽວ ​ແລະ ຍືນ​ຍົງຂອງແຂວງວາງອອກ​ເທື່ອ​ລະ​ກ້າວ.