ກອງປະຊຸມ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ , 6 ເດືອນຕົ້ນປີ 2021 ຂອງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງປະຈຳປີ 2021 ໄດ້ດຳເນີນຂື້ນໃນວັນທີ່ 12-13 ກໍລະກົດ ປີ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ອຸທອນ ສິງຫາດວງປັນຍາ ຮອງເລຂາຄະນະພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະໜ່ວຍພັກ ແລະ ມະຫາຊົນເຂົ້າຮ່ວມທັງໜົດ 70 ສະຫາຍ,ຍິງ 20 ສະຫາຍ, ໃນນັ້ນສະມາຊິກພັກ 68 ສະຫາຍ, ຍິງ 20 ສະຫາຍ ແລະ ມະຫາຊົນ 2 ສະຫາຍ, ຍິງ 0 ສະຫາຍ,ບໍ່ໄດ້ເຂົ້າຮວມ 2 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານຕໍ່

ກ້ອງປະຊຸມໃດ້ຜ່ານຄຳແນະນຳເພີ່ມເຕີມເລກທີ 506/ຄປພ.ຂບຊ,ລົງວັນທີ່29 ຕຸລາ 2019 ໂດຍທ່ານ ອຸທອນ ສິງຫາດວງປັນຍາ ພ້ອມທັງຄຳແນະນຳເພີ່ມເຕີມເລກທີ 326/ຄປພ.ຂບຊ,ລົງວັນທີ 14 ມິຖຸນາ 2021,ທ່ານ ວຽງແກ້ວໄຊພັກດີ,ຄຳແນະນຳເລກທີ 0569/ຄຈ.ຂບຊ, ລົງວັນທີ 7 ສິງຫາ 2018 ພ້ອມແນະນຳແບ່ງໜ່ວຍຕີລາຄາຈັດປະເພດສະມາຊິກພັກ ນອກນັ້ນຍັງໄດ້ຜ່ານບົດສະຫຼູບປະຈຳ 6 ເດືອນຕົ້ນປີ 2021 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

     ເພື່ອໃຫ້ກອງປະຊຸມ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປີ 2021 ຂອງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.ມີຄວາມໜາຍຄວາມສຳຄັນ ແລະ ໜັກແໜ້ນ ກອງປະຊຸມໃດ້ດຳເນີນໄປຢ່າງຟົດພື້ນ.