ໃນວັນທີ່ 10 – 14 ທັນວາ 2020 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານລັດຖະກອນ  ເຊືອມຊືມເອກະສານວັດຊາດທີ່ 2 ທັນວາຄົບຮອບ 45 ປີ ເຊືອມຊືມເອກະສານວັນເກິດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ເຊືອມຊືມເອກະສານເລກທີ່ 300/ລບ. ໂດຍເປັນປະທານ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

            ກອງປະຊຸມແມ່ນໄດ້ເຊືອມຊືມເອກະສານວັນຊາດ ທີ່ 2 ທັນວາ ຄົບຮອບ 45 ປີ ມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດ, 45 ປີແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ບັນດາໂຂງເຂດອ້ອມຂ້າງແຂວງ ແລະ ໃນຂົງເຂດ ຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ນັບຕັ້ງແຕ່ປົດປ່ອຍຈົນຮອດປະຈຸບັນ ປີ2020 ສາມາດອອກໃບຕາດິນໄດ້ຈຳນວນ 610.000 ກ່ວາຕອນ ໃນຂົງເຂດທົ່ວປະເທດ ສຳເລັດການສ້າງໂປຼແກມຈົດທະບຽນທີ່ດິນ ແລະ ນຳໃຊ້ໃນ 130 ເມືອງໃນທົ່ວປະເທດ, ການສຳຫຼວດ ແລະ ຂື້ນທະບຽນຕອນດິນປະຕິບັດໄດ້ 103% ແລະ ພິສູດລັກຖານອອກໃບຕາດິນ ໄດ້ 100%ຂອງແຜນການ, ຕໍ່ມາທ່ານ ແກ້ວວົງເດືອນ ພັນທະນູສີ ໄດ້ໃຫ້ກຽດຂື້ນຜ່ານເອກະສານ ວັນເກິດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີເຊິງໄດ້ເລົ່າເຖິງປະຫວັດຂອງທ່ານ ໃນການຕໍ່ສູ່ກູ່ຊາດ, ພ້ອມທັງເຊືອມຊືມເອກະສານເລກທີ 300 /ບລ ດຳລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານລັດຖະກອນ ເຊິງໄດ້ຈັດໃນ 7 ໜວດ 29​ ມາດຕາ, ຕໍ່ມາ ທ່ານ ສົມສະຫວງນ ສຸວັນນະລາດ ໄດ້ໃຫ້ກຽດຂື້ນມອບ ໃບຍ້ອງຍໍໃຫ້ ພະນັກງານຜູ້ທີ່ບໍລິຈາກເລືອດ ຈຳນວນ 12 ສະຫາຍ.  ກອງປະຊຸມໄດ້ດຳເນີນມາເປັນເວລາ 4 ວັນ ຂອງການປະເມີນລັດຖະກອນ ແລະ ໄດ້ສີ້ນສຸດລົງຢາງຈົບງາມ.