ກອງປະຊຸມໃຫ່ຍຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ບໍລິຄຳໄຊ ໄດ້ໄຂຂື້ນໃນຕອນເຊົ້າ ເວລາ 13,00 ໂມງ ຂອງວັນທີ20 ມິນາ 2020 ແລະ ດໍາເນີນມາເປັນເວລາ ​ເຄິ່ງ ວັນ ຢູ່ທີ່ຫ້ອງປະຊຸມ ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມ​ສະຫງວນ ສຸວັນນະ​ລາດ ,ກອງປະຊຸມໄດ້ຮັບກຽດຕ້ອນຮັບການເຂົ້າຮ່ວມຂອງສະຫາຍ ບຸນ​ຄຳ ​ໄຊ​ເຢ່ຍລໍ່ວື່ ຄະນະ​ປະຈຳ​ພັກ​ແຂວງ,ມີແຂກຖືກເຊີນຈາກ ຄະນະ​ພັກ​ຮາກ​ຖານອ້ອມຂ້າງຈຳນວນ 8 ສະຫາຍ, ມີສະມາຊີກພັກເຂົ້າຮ່ວມທັງໝົດ 71 ສະຫາຍ,ສຳຮອງ 3 ສະຫາຍ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມມະຕິປັນຍາຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມດຳເນີນບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ກອງປະຊຸມໄດ້ກຳນົດ.

       ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄຳຄີດຄຳເຫັນໃສ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະພັກ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນການຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ່ I ປີຜ່ານມາ ແລະ ໄດ້ເປັນເອກະພາບກັນຮັບຮອງເອົາທິດທາງ ແຜນການນຳພາໄລຍະ 5 ປີ ຕໍ່ໝ້າ;​ ນັບແຕ່ປີ 2020-2024 ເຊີ່ງມີ ເນື້ອໃນຕົ້ນຕໍດັ່ງນີ້:

  1. ສືບຕໍ່ຮັກສາມູນເຊື້ອນາມມະຍົດໝ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
  2. ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 2 ຂອງຄະນະພັກຮາກຖານໃຫ້ປະກົດຜົນເປັນຈິງ
  3. ສືບຕໍ່ຊີ້ນຳ-ນຳພາວຽກງານວີຊາສະເພາະໃນຂົງເຂດຕົນຮັບຜີດຊອບໃຫ້ມີປະສິດທິຜົນ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະພັກຊຸດໃໝ່, ບົນພື້ນ ຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກຳນົດໄວ້, ເຊີ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 7 ສະຫາຍ, ຍີງ 0  ສະຫາຍ ແລະ ເລືອກໄດ້  5 ສະຫາຍ, ຍີງ  0 ສະຫາຍ ດັ່ງລາຍຊື່ລຸ່ມນີ້:

          1./ສະຫາຍ ສົມສະຫງວນ ສຸວັນນະລາດສີ

          2/ສະຫາຍ ອຸທອນ ສິງຫາດ​ວງປັນ  

          3/ສະຫາຍ ວຽງ​ແກ້ວ ​ໄຊ​ພັກດີ

          4/ສະຫາຍ ພູມີ​ພົນ ສຸວັນ​ນາລາ​ດ

          5/ ສະຫາຍ ລົມ​ເຢັນ ສີ​ສຸ​ວົງ

           ກອງປະຊຸມຄັ້ງປະຖົມມະລືກຂອງຄະນະພັກ ສະໄໝທີ I ໄດ້ເປັນເອກະສັນເລືອກເອົາ ເລຂາ, ຮອງເລຂາ, ຄະນະພັກ ແລະ ສະຫາຍ​ຄະນະ​ພັກ​ ດັ່ງນີ້:

          1./ສະຫາຍ ສົມສະຫງວນ ສຸວັນນະລາດ ​ເປັນ​ເລຂາ ຄະນະ​ພັກ​ຮາກ​ຖານ

          2/ສະຫາຍ ອຸທອນ ສິງຫາດ​ວງປັນ   ​ເປັນ​ຮອງ​ເລຂາ ຄະນະ​ພັກ​ຮາກ​ຖານ

          3/ສະຫາຍ ວຽງ​ແກ້ວ ​ໄຊ​ພັກດີ ​ເປັນ ຜູ້​ກວດກາ ຄະນະ​ພັກ​ຮາກ​ຖານ

          4/ສະຫາຍ ພູມີ​ພົນ ສຸວັນ​ນາລາ​ດ ​ເປັນ​ຄະນະ​ພັກ​ຮາກ​ຖານ

          5/ ສະຫາຍ ລົມ​ເຢັນ ສີ​ສຸ​ວົງ ​ເປັນ​ຄະນະ​ພັກ​ຮາກ​ຖານ

 ທ້າຍສຸດ ກອງປະຊຸມໃຫ່ຍພວກເຮົາ ໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ບຸນ​ຄຳ ​ໄຊ​ເຢ່ຍລໍ່​ວື່ ເຊີ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ  ຕໍ່ການຊີ່ນຳ-ນຳພາຂອງຄະນະພັກຊຸດທີ II ທີ່ໄດ້ ຊີ້ນຳ-ນຳພາພະນັກງານ, ສະມາຊີກພັກປະຕິບັດໝ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ເຊີ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາບກໍ່ໄດ້ໃຫ້ທິດຊີ້ນຳວຽກງານ ແຕ່ລະດ້ານທີ່ມີຄວາມໝາຍສຳຄັນຢ່າງຍີ່ງ, ສະຫາຍໄດ້ສະແດງ ຄວາມເຊື່ອໝັ້ນ ຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຂອງຄະນະພັກຮາກຖານພະແນກ ຊສ ແຂວງ ຄັ້ງທີ່ II ນີ້ໃຫ້ຍາດໄດ້ຜົນງານ ແລະ ຜົນສຳເລັດຍີ່ງໃຫ່ຍກ່ວາເກົ່າ.

          ກອງປະຊຸມຮຽກຮ້ອງມາຍັງສະມາຊີກພັກ-ພະນັກງານຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການ ເມືອງຂອງຕົນໃຫ້ສູງຂື້ນ ເຮັດໃຫ້ວຽກງານໃນຂົງເຂດ ຮາກຖານພັກພະແນກ ມີການຫັນປ່ຽນໃໝ່ທີ່ຕັ້ງໝ້າ ເຮັດໃຫ້ມະຕິກອງປະຊຸມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານຖືກຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂະແໝງການຕົວຈີງ.