ໃນຕອນເຊົ້າ ເວລາ 08:00 ໂມງ ຂອງວັນທີ 02 ກຸມພາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ ໄດ້ຈັດຕັ້ງກອງປະຊຸມ ແລກປ່ຽນ, ຖອດຖອນບົດຮຽນພາຍໃນຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021- 2025 ຂື້ນ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງກອງປະຊຸມຄັ້ງນີ້ມີຫົວໜ້າພະແນກ ແລະ ຄະນະພະແນກ, ຫົວໜ້າຫ້ອງການ ຊສ 07 ຕົວເມືອງ, ຫົວໜ້າຂະແໜງ-ຮອງຂະແໜງ, ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມມີຈໍານວນທັງໝົດ 56 ທ່ານ, ຍິງ 15 ທ່ານຢ່າງພ້ອມພຽງ.
ກອງປະຊຸມໃດ້ດໍາເນີນມາເວລາ 2 ວັນເຕັມ ທາມກາງບັນຍາກາດທີ່ທົ່ວພັກ, ກຽ່ມຄໍານັບຮັບຕ້ອນ ກອງປະຊຸມໃຫ່ຍ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ,ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມເປັນລະບຽບ ແລະ ມີຄວາມເປັນເອກະພາບຂອງແຕ່ລະໜ່ວຍພັກ, ມີຄວາມຍີ້ນດີ ແລະ ເຫັນດີຕໍ່ຜົນຂອງຄະແນນທີ່ໄດ້ຄັດເລື່ອກເອົາ ເລຂາ, ຮອງເລຂາ,ຜູ້ກວດກາໜ່ວຍຊຸດໃໜ່ຂອງ 4 ໜ່ວຍພັກຢ່າງເປັນເອກະພາບ.
- ໜ່ວຍພັກ ບໍລິຫານ-ຈັດຕັ້ງ-ກວດກາ.
ກອງປະຊຸມໃຫ່ຍຂອງ ໜ່ວຍພັກ ບໍລິຫານ-ຈັດຕັ້ງ-ກວດກາ ໄດ້ມີເລຂາ, ຮອງເລຂາ ຜູ້ກວດກາ ຊຸດເກົ່າ ແລະ ຊຸດໃໜ່ເຂົ້າຂັດເລືອກຈຳນວນ 5 ສະຫາຍ.
- ສະຫາຍ ບຸນກອງ ພິມມະວົງ ເລຂາໜ່ວຍຊຸດເກົ່າ.
- ສະຫາຍ ຍຸນໄຊ ປັນຍານຸວົງ ຮອງເລຂາໜ່ວຍຊຸດເກົ່າ.
- ສະຫາຍ ພອນໄຊ ພົມມະຫາໄຊ ຜູ້ກວດກາໜ່ວຍຊຸດເກົ່າ.
- ສະຫາຍ ວັນ ພົມມະລາດ ຜູ້ເຂົ້າສະໜັກຊຸດໃໜ່.
- ສະຫາຍນາງ ຄຳໃສ ສີທຳມະຈັກ ຜູ້ເຂົ້າສະໜັກຊຸດໃໜ່.
ຜ່ານກອງປະຊຸມໃດ້ຕົກລົງເຫັນດີເປັນເອກະພາບພາຍໃນໜ່ວຍຂັດເລືອກເອົາສະຫາຍ ເລຂາ, ຮອງເລຂາ, ຜູ້ກວດກາຊຸດໃໜ່ດັ່ງມີລາຍຊື່ດັ່ງນີ້:
- ສະຫາຍ ຍຸນໄຊ ປັນຍານຸວົງ ເປັນເລຂາໜ່ວຍ.
- ສະຫາຍ ພອນໄຊ ພົມມະຫາໄຊ ເປັນ ຮອງເລຂາໜ່ວຍ.
- ສະຫາຍ ບຸນກອງ ພິມມະວົງ ເປັນຜູ້ກວດກາໜ່ວຍ.
- ໜ່ວຍພັກ ຄຸ້ມຄອງທີ່ດີນ.
ກອງປະຊຸມໃຫ່ຍຂອງ ໜ່ວຍພັກຄຸ້ມຄອງທີ່ດີນໃດ້ຈັດຂື້ນ ໂດຍມີເລຂາ, ຮອງເລຂາ ຜູ້ກວດກາ ຊຸດເກົ່າ ແລະ ຊຸດໃໜ່ເຂົ້າຂັດເລືອກຈຳນວນ 5 ສະຫາຍ.
- ສະຫາຍ ແກ້ວວົງເດືອນ ພັນທະນູສີ ເລຂາໜ່ວຍຊຸດເກົ່າ.
- ສະຫາຍ ພູມິພົນ ສຸວັນນະລາດ ຮອງເລຂາໜ່ວຍຊຸດເກົ່າ.
- ສະຫາຍ ຄຳພະ ແສງສຸລີຈັກ ຜູ້ກວດກາໜ່ວຍຊຸດເກົ່າ.
- ສະຫາຍ ລົດສະກອນ ເພຍນາມວົງ ຜູ້ເຂົ້າສະໜັກຊຸດໃໜ່.
- ສະຫາຍ ວຽງສາຄອນ ໄຊຍະຄຳຜັນ ຜູ້ເຂົ້າສະໜັກຊຸດໃໜ່.
ຜ່ານກອງປະຊຸມໃດ້ຕົກລົງເຫັນດີເປັນເອກະພາບພາຍໃນໜ່ວຍ, ຂັດເລືອກເອົາສະຫາຍ ເລຂາ, ຮອງເລຂາ, ຜູ້ກວດກາຊຸດໃໜ່ດັ່ງມີລາຍຊື່ດັ່ງນີ້:
- ສະຫາຍ ແກ້ວວົງເດືອນ ພັນທະນູສີ ເປັນເລຂາໜ່ວຍ.
- ສະຫາຍ ພູມິພົນ ສຸວັນນະລາດ ເປັນຮອງເລຂາໜ່ວຍ.
- ສະຫາຍ ຄຳພະ ແສງສຸລີຈັກ ເປັນຜູ້ກວດກາໜ່ວຍ.
- ໜ່ວຍພັກສິ່ງແວດລ້ອມ-ແຜນການ ແລະ ຂໍ້ມູນຂ່າວສານ .
ກອງປະຊຸມໃຫ່ຍຂອງ ໜ່ວຍພັກສິ່ງແວດລ້ອມ-ແຜນການ ແລະ ຂໍ້ມູນຂ່າວສານ ມີຜູ້ເຂົ້າສະໜັກຂັດເລືອກ ຊຸດໃໜ່ຈຳນວນ 5 ສະຫາຍ.
- ສະຫາຍ ອຸທອນ ສິ່ງຫາດວງປັນຍາ ເລຂາໜ່ວຍຊຸດເກົ່າ.
- ສະຫາຍ ລົມເຢັນ ສີສຸວົງ ຮອງເລຂາໜ່ວຍຊຸດເກົ່າ.
- ສະຫາຍ ວິລະພົນ ອຸດົມ ຜູ້ກວດກາໜ່ວຍຊຸດເກົ່າ.
- ສະຫາຍ ໄພວັນ ສາຍທຸມມີ ຜູ້ເຂົ້າສະໜັກຊຸດໃໜ່.
- ສະຫາຍ ດວງໃຈ ໄຊສົງຄາມ ຜູ້ເຂົ້າສະໜັກຊຸດໃໜ່.
ຜ່ານກອງປະຊຸມໃດ້ຕົກລົງເຫັນດີເປັນເອກະພາບພາຍໃນໜ່ວຍ, ຂັດເລືອກເອົາສະຫາຍ 3 ສະຫາຍ ເລຂາ, ຮອງເລຂາ, ຜູ້ກວດກາຊຸດໃໜ່ດັ່ງມີລາຍຊື່ດັ່ງນີ້:
- ສະຫາຍ ອຸທອນ ສິ່ງຫາດວງປັນຍາ ເປັນເລຂາໜ່ວຍ.
- ສະຫາຍ ລົມເຢັນ ສີສຸວົງ ຮອງເລຂາໜ່ວຍ.
- ສະຫາຍ ວິລະພົນ ອຸດົມ ຜູ້ກວດກາໜ່ວຍ.
- ໜ່ວຍພັກຊັບພະຍາກອນນ້ຳ ແລະ ຕິດຕາມກວດກາ.
ກອງປະຊຸມໃຫ່ຍຂອງ ໜ່ວຍພັກຊັບພະຍາກອນນ້ຳ ແລະ ຕິດຕາມກວດກາ ມີຜູ້ເຂົ້າສະໜັກຂັດເລືອກ ຊຸດ
ໃໜ່ຈຳນວນ 5 ສະຫາຍ.
- ຄະນະເລຂາ, ຮອງເລຂາ, ຜູ້ກວດກາ ຊຸດເກົ່າມີລາຍຊື່:
- ສະຫາຍ ຄຳດີ ພີມມະສອນ ເລຂາໜ່ວຍຊຸດເກົ່າ.
- ສະຫາຍ ວຽງແກ້ວ ໄຊພັກດີ ຮອງເລຂາໜ່ວຍຊຸດເກົ່າ.
- ສະຫາຍ ນາງ ເພັດຊົມພູ ຜູ້ກວດກາໜ່ວຍຊຸດເກົ່າ.
- ຜູ້ເຂົ້າສະໜັກຂັດເລືອກ ຊຸດໃໜ່ຈຳນວນ 5 ສະຫາຍ.
- ສະຫາຍ ວຽງແກ້ວ ໄຊພັກດີ ຮອງເລຂາໜ່ວຍຊຸດເກົ່າ.
- ສະຫາຍ ນາງ ເພັດຊົມພູ ຜູ້ກວດກາໜ່ວຍຊຸດເກົ່າ.
- ສະຫາຍ ບຸນເພັງ ມະຫາວົງ ຜູ້ເຂົ້າສະໜັກຊຸດໃໜ່
- ສະຫາຍ ຄຳປະເສິດ ແກ້ວມະນີ ຜູ້ເຂົ້າສະໜັກຊຸດໃໜ່
- ສະຫາຍ ສາຍຂອງ ສິງຫາດວງປັນຍາ ຜູ້ເຂົ້າສະໜັກຊຸດໃໜ່
ຜ່ານກອງປະຊຸມໃດ້ຕົກລົງເຫັນດີເປັນເອກະພາບພາຍໃນໜ່ວຍ, ຂັດເລືອກເອົາສະຫາຍ 3 ສະຫາຍ ມີລາຍຊື່ດັ່ງນີ້:
- ສະຫາຍ ວຽງແກ້ວ ໄຊພັກດີ ເລຂາໜ່ວຍ.
- ສະຫາຍ ນາງ ເພັດຊົມພູ ຮອງເລຂາໜ່ວຍ.
- ສະຫາຍ ຄຳປະເສິດ ແກ້ວມະນີ ຜູ້ກວດກາໜ່ວຍ.
Page 1 of 2