ໃນຕອນເຊົ້າຂອງວັນ 04 ກຸມພາ ປີິ 2020, ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ ໃດ້ເປິດກອງປະຊຸມ ການເຄື່ອນໄຫວ່ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ທີ່ຂື້ນກັບ ພຊສ ແຂວງ. ພ່າຍໃຕ້ການເປັນປະທານຮ່ວມ ທ່ານ ນາງ ທອງຈັນ ອະຄະມາເຂດ ຮອງ ຫົວໜ້າ  ກົມຈັດຕັ້ງ - ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ   ທ່ານ ສົມສະຫງວນ ສຸວັນນະລາດ  ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນກອງປະຊຸ່ມຄັ້ງນີ້ ປະກອບມີ 8 ຂະແໜງການ  ແລະ  ບັນດາຕົວເມືອງ 7 ຕົວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ

ກອງປະຊຸມໃນຄັ້ງນີ້ຕ່າງໜ້າ ພະແນກຂື້ນລາຍງານ ທ່ານ  ພອນໄຊ ພົມມະຫາໄຊ ຫົວໜ້າ ຂະແໜງຈັດຕັ້ງ-ພະນັກງານຂອງ ພຊສ ແຂວງ, ກຽ່ວກັບສະພາບການຄຸ້ມຄອງພະນັກງານຂັ້ແຂວງຂອງຂະແໜງ ຈັດຕັ້ງ-ພະນັກງານ ພະແນກຊັນພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຈັດຕັ້ງພະນັກງານຂອງພະແນກ,  ພະແນກ ຊສ ແຂວງ ມີພະນັກງານທັ້ງໜົດ 188 ທ່ານ, ຍິງ 51  ໃນນັ້ນປະກອບມີ ພະນັກງານອາສາສະໜັກ 141 ທ່ານ, ຍິງ 55  ຄວາມຮູ້ຄວາມສາມາດລະດັບຊັ້ນປະລີນຍາໂທ 13 ທ່ານ, ຍິງ 1 ປະລີນຍາຕີ 102 ທ່ານ, ຍິງ 32  ຊັ້ນສູງ 51 ທ່ານ, ຍິງ 14  ແລະ ຊັ້ນກາງ 21 ທ່ານ, ຍິງ 4ທ່ານ, ແລະ ຍັງໃດ້ລາຍງານຍໍ້ທາງດ້ານ ເມືອງແນວຄິດ, ການປັບປຸງຊັບຊ້ອນ ພະນັກງານ, ດ້ານການຕິດຕາມ, ການປະເມີນ, ການປະຕິບັດວຽກງານຂອງພະນັກງານລັດຖະກອນ ແລະ ການປະຕິບັດນະໂຍບາຍ-ສະວັດດີການຕ່າງຽໂດຍສັງເຂດ.

ນອກນັ້ນຍັງໃດ້ຮັບຝັງການລາຍງານ ວຽກງານ ການຈັດຕັ້ງບັນດາເມືອງເຂົ້າຮ່ວມ 07 ຕົວເມືອງໃນການຈັດຕັ້ງເຄື່ອນໄຫ່ວວຽກງານລະບົບໂຄງຮ່າງການຈັດພານໃນເມືອງຂອງຕົນ

ສຸດທ້າຍ ທ່ານ ນາງ ທອງຈັນ ອະຄະມາເຂດ ຮອງ ຫົວໜ້າ  ກົມຈັດຕັ້ງ - ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ໃດ້ສະຫຼູບບາງບັນຫາທີ່ພົນເດັນ ຂອງແຕ່ລະເມືອງທີ່ໃດ້ລາຍງານຕໍ່ກອງປະຊຸມ ແລະໃດ້ເນັນໜັກ ການປະຕິບັດຄຳສັ່ງເລກທີ 3171/ນຍ, 3172/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ລະບົບ ໂຄງຮ່າງຂອງພະແນກ ແລະ ເມືອງ, ແລະ ການໂຮມຂະແໜງການພານໃນທອງຖີ້ນ, ກອງປະຊຸມໃດ້ດຳເນິນມາເປັນເວລາ ເຄິງວັນເຕັມ ຂອງວັນດຽວກັນໃດ້ປິດລົງຢ່າງຈົບງາມ.