ໃນຕອນເຊົ້າຂອງວັນ 06 ກຸມພາ ປີິ 2020, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃດ້ເປິດກອງປະຊຸມສະຫຼູບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 2020 ຂື້ນທີ່ຫ້ອງປະຊຸມໃຫ່ຍຂອງຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ ຢ່າງເປັນທາງການ. ໃຫ້ກຽ່ດເປັນປະທານ ທ່ານ ສົມມາດ  ພົລເສນາ  ກຳມະການສູນກາງພັກ, ເລຂາຄະນະພັກ,  ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,  ພ້ອມດ້ວຍ ທ່ານ  ບຸນເສັງ  ປະທໍາມະວົງ ຄະນະປະຈຳພັກແຂວງ ຮອງ ເຈົ້າແຂວງ ບໍລິຄຳໄຊ,ໃຫ້ກຽ່ດເປັນປະທານ,  ນອກນັ້ນຍັງມີບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ກອງຕິດຕາມຊັບພະຍາກອນເຂົ້າຮ່ວມ ແລະ ບັນດາບັນດາເມືອງ 7 ຄົວເມືອງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ 7 ເມືອງ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມ 146 ທ່ານ.

  ຈຸດປະສົງຕົນຕໍ່ຂອງກອງປະຊຸມ ພວກເຮົາໃນຄັງນີ້ເພື່ອສະຫຼູບຕີລາຄາວຽກງານ ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2019 ແລະ ທິດທາງແຜນການ 2020,  ກອງປະຊຸມໃນຄັ້ງນີ້ຕ່າງໜ້າ ພະແນກ ຂື້ນລາຍງານ ການຈັດຕັ້ງປະຕິບັດປະຈຳປີ 2019 ແລະ ທິດທາງແຜນການ 2020 ທ່ານ ສົມສະຫງວນ ສຸວັນນະລາດ  ເລຂາຄະນະພັກຮາກຖານ ຄະນະພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂື້້ນຜ່ານການຈັດຕັ້ງປະຕີບັດວຽກງານ ປີ 2019 ແລະ ທິດທາງແຜນການປີ2020.

  • ວຽກບໍລິຫານ ແລະ ການເງິນ
  • ຈຸດບໍລິການປະຕູດຽວ ແມ່ນໄດ້ເຮັດໜ້າທີ່ໃນລະບົບການແກ້ໄຂວຽກທີ່ຕິດພັນກັບຂອບເຂດສິດຂອງອົງການບໍລິຫານລັດໃຫ້ແກ່ບຸກຄົນ ແລະ ການຈັດຕັ້ງຕ່າງໆ ນັບແຕ່ຂອດຮັບຄຳຮ້ອງຄຳສະເໜີຈົນຮອດຂອດໃຫ້ຜົນຕອບແທນແກ່ຜູ້ບໍລິການ ແລະ ສົ່ງເອກະສານຄືນໂດຍຜ່ານໜ່ວຍງານບໍລິການຂອງລັດພຽງບ່ອນດຽ່ວ
  • ເອກະສານ ເຂົ້າ 2,460 ສະບັບ, ເອກະສານອອກ 2,595 ສະບັບ
  • ລາຍຮັບຕ່າງໆ ເຊັ່ນ: ຄ່າຈົດທະບຽນ, ຄ່າທຳນຽມທີ່ດິນ ແລະ ສິ່ງແວດລ້ອມ, ປະຕິບັດໄດ້ 563,933,000 ກີບ, ຄ່າບໍລິການທີ່ດິນ ແລະ ສິ່ງແວດລ້ອມ, ປະຕິບັດໄດ້ 801,736,000 ກີບ , ເທົ່າກັບ 117,35 %
  • ວຽກຈັດຕັ້ງ-ນະໂຍບາຍ
  • ສະເໜີເລື່ອນຊັ້ນ, ຂັ້ນ ເງິນເດຶອນ ໄດ້ທັງໝົດ 56 ຄົນ
  • ດັດແກ້ໃບປະກາດທັງໝົດ 6 ຄົນ
  • ສະເໜີການຍ້ອງຍໍ 107 ຄົນ
  • ວຽກງານ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ
  • ສົມທົບກັບສູນຂໍ້ມູນ-ຂ່າວສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເກັບກຳຂໍ້ມູນ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສ້າງເປັນລະບົບແຜນທີ່ດຽວ ສຳເລັດ ໂດຍພື້ນຖານແລ້ວ 3 ເມຶອງ
  • ເຮັດບົດສະຫຼຸບເດຶອນ, 3 ເດຶອນ , 6 ເດຶອນ, 9 ເດຶອນ ແລະ ປີ ສົ່ງໃຫ້ສາຍຕັ້ງ ແລະ ແຂວງໄດ້ທັນຕາມກຳນົດເວລາ.
  • ສຳເລັດການເຮັດບົດສະຫຼຸບ 5 ປີ ແລະ ແຜນ 5 ປີ ຂອງພະແນກ
  • ວຽກງານກວດກາລັດ ແລະ ວຽກງານຕິດຕາມກວດກາ ຊສ:
  • ວຽກງານກວດກາດິນ ແລະ ການນຳໃຊ້ທີ່ດິນໃນຂອບເຂດທົ່ວແຂວງ ມີທັງໝົດ 18 ເລຶ່ອງ ຄື: ກວດກາລັກລອບຊື້-ຂາຍດີນ, ກວດກາ ການບຸກເບີກເນື້ອທີ່ດີນສວນຂອງປະຊາຊົນ, ກວດກາ ການ​ປ່ຽນ​ເປົ້າ​ໝາຍ​ການ​ນຳ​ໃຊ້​ທີ່​ດິນການຫັນປ່ຽນປະເພດທີ່ດີນ, ກວດກາ​ເອກະສານ​ສິດ​ໃຊ້​ທີ່​ດິນ.
  • ການຕິດຕາມກວດກາ ຊສ ທົ່ວແຂວງມີ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ສູນກາງຄຸ້ມຄອງ(EIA) 9 ໂຄງການ, ແຂວງຄຸ້ມຄອງ (IEE) 182 ໂຄງການ, ເມືອງຄຸ້ມຄອງ 384 ໂຄງການ ເຊັ່ນ: ບັນຫາກິ່ນເໝັນຈາກການໂຮງງານຢ່າງຟາລາ, ບັນຫາຄວນ ແລະ ກິ່ນຂິວຈາກໂຮງງານຫຼອມເຫຼັກ, ບັນຫາສານປົນເປື້ອນ ຈາກໂຄງການປູກຝັງ ແລະ ບັນຫານຳ້ເປື້ອນຈາກໂຮງງານສະກັດຝຸ່ນແຫ້ມ, ນອກນັ້ນ ຍັງໄດ້ລົງຕິດຕາມກວດກາ ແລະ ແກ້ໄຂຄໍາຮ້ອງຟ້ອງ-ຮ້ອງທຸກຂອງປະຊາຊົນໄດ້ທີ່ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ ຜ່ານສາຍດ່ວນຂອງສະພາປະຊາຊົນແຂວງ ແລະ ສູນກາງ
  • ວຽກງານທີ່ດິນ ແລະ ວາງແຜນຈັດສັນທີ່ດິນ
  • ອອກໃບຕາດິນ ໄດ້ທັງໝົດ 8,326 ຕອນ , ທຽບໃສ່ແຜນປີຂອງແຂວງ ແມ່ນ ປະຕິບັດໄດ້ 109,69% ທຽບໃສ່ແຜນປີຂອງກະຊວງ ແມ່ນສາມາດປະຕິບັດໄດ້ 138,76 %
  • ຂື້ນສຳມະໂນຕອນດິນ ໄດ້ທັງໝົດ 6,057 ຕອນ ທຽບໃສ່ແຜນປີ ແມ່ນສາມາດປະຕິບັດໄດ້ 100,95 %
  • ກວດກາດິນໄດ້ທັງໝົດ 29 ຕອນ ເນື້ອທີ່ ປະມານ1.000 ຮຕ
  • ລົບລ້າງໄດ້ທັງໝົດ 24 ຕອນ ເນື້ອທີ່ ປະມານ 500 ຮຕ
  • ຮັບຄຳຮ້ອງຟ້ອງທັງໝົດ 14 ກໍລະນີ, ສາມາດແກ້ໄຂຄຳຮ້ອງຟ້ອງ ໄດ້ທັງໝົດ 11 ກໍລະນີ
  • ສຳຫຼວດດິນໃຫ້ແກ່ໂຄງການລົງທຶນໄດ້ປະມານ 200 ຮຕ ແລະ ສຳເລັດການກວດກາໂຄງການເຊົ່າ-ສຳປະທານເນື້ອທີ່ດິນ ໄດ້ 29 ໂຄງການ ໃນ 438 ໂຄງການທົ່ວປະເທດ
  • ດິນ 8 ປະເພດ​ ແມ່ນສຳເລັດການເກັບກຳຂໍ້ມູນນຳບັນດາຂະແໜງການ ຂັ້ນແຂວງ ແລະ ເມຶອງ ໂດຍການສົມທົບ ກັນລະຫວ່າງ ກົມທີ່ດິນ ແລະ ກົມສິ່ງແວດລ້ອມ ມາຮອດປະຈຸບັນແມ່ນລໍຖ້າການສັງລວມຂໍ້ມູນເຂົ້າລະບົບແຜນທີ່ດຽວ ແລ້ວລົງມາເອກະພາບກັບຂະແໜງການທີ່ກຽ່ວຂ້ອງ
  • ສຳເລັດການເປີດກອງປະຊຸມສຳມະນາວິທະຍາສາດດິນ ພ້ອມຜັນຂະຫຍາຍເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດ
  • ວຽກງານສິ່ງແວດລ້ອມ ແລະ ການປຽ່ນແປງດິນຟ້າອາກາດ
  • ອອກໃບຢັ້ງຢືນສິ່ງແວດລ້ອມໄດ້ທັງໝົດໃນທົ່ວແຂວງໄດ້ 450 ໂຄງການ
  • ຕໍ່ໃບຢັ້ງຢືນສິ່ງແວດລ້ອມໄດ້ທັງໝົດ 95 ໂຄງການ

    ວຽກງານ RMU ຂອງບັນດາເຂື່ອນມີດັ່ງນີ້: RMU ເຂື່ອນໄຟຟ້ານ້ຳງຽບ 1

  • ໃນ​ໄລຍະ​ຜ່ານມາ​ວຽກ​ງານ​ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ ຖືວ່າ​ທາງ​ໜ່ວຍ​ງານ RMU ​ໄດ້​ສົມທົບ​ກັບ​ທາງ​ພາກ​ລັດ ​ແລະ ທາງ​ບໍລິສັດ ພ້ອມ​ກັນ​ເອົາ​ໃຈ​ໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ພາຍ​ໃນ​ບ້ານ ຖືວ່າ​ສໍາ​ເລັດ 100%, ເປັນຕົ້ນບ້ານຈັດສັນ, ບ້ານເທິງເຂື່ອນ ແລະ ລຸ່ມເຂື່ອນ RMU ເຂື່ອນໄຟຟ້ານໍ້າເທີນ 1
  • ການປຸກສ້າງສິ່ງອໍານວຍຄວາມສະດວກຕ່າງໆ ໂຮງຮຽນ, ຕະຫຼາດ, ສະໂມງສອນຫ້ອງການບ້ານ ແລະ ເຮືອນທີ່ຢູ່ອາໃສຈຳນວນ 335 ຫຼັງສໍາເລັດແລ້ວ 90% ສ່ວນລະບົບໄຟຟ້າສໍາເລັດ 100%, ລະບົບນໍ້າປະປາສໍາເລັດ 80%(ຍັງຄາລະບົບບໍາບັດໃຫ້ເປັນນໍ້າປະປາ).
  • ວຽກງານ ຊັບພະຍາກອນນ້ຳ-ອຸຕຸນິຍົມ:
  • ໄດ້ມີການຄຸ້ມຄອງຊັບພະຍາກອນນ້ຳໃນສາຍນ້ຳຫຼັກ 4 ສາຍ ແລະ ສາຍນ້ຳຍ່ອຍ 109 ໃນທົ່ວແຂວງ ແລະ ຕິດຕາມຄຸ້ມຄອງ ບັນດາກິດຈຳການຕ່າງໆ ທີ່ນຳໃຊ້ນ້ຳ ແລະ ຕິດຕາມຄຸນນະພາບຂອງນ້ຳ.
  • ລາຍງານວຽກງານອຸຕຸນິຍົມ ເປັນແຕ່ລະມື້ ​ປົກກະ​ຕິ ​ແລະ ​ຕໍ່​ເນື່ອງເປັນຕົ້ນແມ່ນ ອຸນຫະພູມອາກາດ ຕໍ່າສຸດ ພາຍໃນ, ອຸນຫະພູມອາກາດ ສູງສຸດ , ປະລິມານນ້ຳຝົນລວມລະດັບນ້ຳໃນສາຍນ້ຳຕ່າງໆ ໃນຂອບເຂດທົ່ວແຂວງ ແລະ ສົ່ງສານອາກາດລາຍວັນໃຫ້ກົມອຸຕຸນິຍົມ ເປັນປົກກະຕິ
  • ການຈັດຕັ້ງປະຕິບັດໂຄງການນຳ້ເທີນ-ນ້ຳກະດິງ ມາຮອດປະຈຸບັນ ແມ່ນໄດ້ສ້າງແຜນຄຸ້ມຄອງອ່າງຮັບນ້ຳເທີນ-ນ້ຳກະດິງ ສຳເລັດແລ້ວໃນປະຈຸບັນ 80% .
  • ສຳເລັດການຕິດຕັ້ງຫຼ້າວັດແທກນ້ຳ ແລະ ເຄື່ອງເຕຶອນນ້ຳຖ້ວມ 1 ແຫ່ງ ຢູ່ເມຶອງບໍລິຄັນ.
  • ປີ 2019 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນໄດ້ສຸມໃສ່ການຍາດແຍ່ງທຶນຈາກແຫຼ່ງຕ່າງໆ ( ຂັ້ນສູນກາງ-ແຂວງ ) ເພື່ອມາເຄື່ອນໄຫວວຽກພື້ນຖານໂຄງລ່າງ, ວຽກວິຊາການ ແລະ ວຽກວິຊາສະເພາະຄື: ໂຄງການສິ່ງແວດລ້ອມ ມູນຄ່າ ລວມ 149,710 USD ແລະ  ໃນປີ 2019 ມີງົບປະມານ ຈໍານວນ 39,982  USD ເທົ່າກັບ 363.836.200 ກີບ, ໂຄງການ ນຳເທີນ-ນ້ຳກະດິງ ມູນຄ່າລວມ 1.100.000.000 ກີບ ປະຕິບັດໃນປີ 2019 244,914,000 ກີບ
  • ງົບປະມານຊຸກຍູ້, ສົ່ງເສີມວຽກງານວິຊາສະເພາະ ປະມານ 200 ກວ່າລ້ານ ກີບ
  • ຕິດຕັ້ງຫຼາວັດແທກນ້ຳ, ເຕຶອນນ້ຳຖ້ວມ ມູນຄ່າ 4.250.000.000 ກີບ
  • ໂຄງການກໍ່ສ້າງຫ້ອງການ ອຸຕຸ ແລະ ຫ້ອງການ ຊສ ເມຶອງ 2 ເມຶອງ ມູນຄ່າ 1.890.000.000 ກີບ (ຈະ ປະຕິບັດໃນປີ 2020
  • ສຳລະກ້ອງວັດແທກທີ່ດິນຈຳນວນ 3 ຊຸດ ມູນຄ່າ 600.000.000 ກີບ ລວມ: 7.548.750.200 ກີບ

ທິດທາງແຜນການສູ້ຊົນ ປີ 2020.

  • ສຸ່ມໃສ່ວຽກງານ ສຶກສາອົບຮົມການເມຶອງ-ແນວຄິດ ໃຫ້ໜັກແໜ້ນ, ປະຕິບັດກົດໝາຍ, ລະບຽບການຕ່າງໆ, ຕັ້ງໜ້າປະຕິບັດຄາດໝາຍໃຫຍ່ໆວາງໄວ້ເຊັ່ນ: ອອກໃບຕາດິນ ບໍ່ໃຫ້ຫຼຸດ 3.800 ຕອນ, ຂື້ນສຳມະໂນຕອນດິນ 6.000 ຕອນ, ສຳຫຼວດເນື້ອທີ່ດິນເພື່ອຮອງຮັບໃຫ້ແກ່ການລົງທຶນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂົງເຂດທີ່ດິນ ແລະ ວຽກງານກວດກາຕ່າງໆ.​
  • ເອົາໃຈໃສ່ຕໍ່ຈຸດບໍລິການໃນການຮັບ-ສົ່ງເອກະສານ ( ເອກະສານ ເຂົ້າ-ອອກ )ຕົ້ນຕໍແມ່ນບໍລິການແກ່ສັງຄົມໃຫ້ດີ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ.
  • ເອໃຈໃສ່ວຽກງານຄຸ້ມຄອງ, ຕິດຕາມ, ກວດກາ ສິ່ງແວດລ້ອມໃຫ້ໄດ້ດີ ເປັນຕົ້ນແມ່ນ ການອອກ / ຕໍ່ອະນຸຍາດ ສິ່ງແວດລ້ອມ ໃຫ້ໄດ້ຢ່າງໜ້ອຍ 70% ຂື້ນໄປ ໃນບັນດາໂຄງການຕ່າງໆ, ປະຕິບັດບັນດາກິດຈະກຳໃນໂຄງການສິ່ງແວດລ້ອມ ທັງໂຄງການເກົ່າ ແລະ ໂຄງການໃໝ່.
  • ຄຸ້ມຄອງຊັບພະຍາກອນນ້ຳໃນທົ່ວແຂວງ ເປັນຕົ້ນບັນດາສາຍນ້ຳຕ່າງໆ, ສືບຕໍ່ປະຕິບັດ ໂຄງການອ່າງຮັບນ້ຳເທີນ-ນ້ຳກະດິງ ແລະ ເອົາໃຈໃສ່ເກັບກຳຂໍ້ມູນອຸຕຸນິຍົມ ໃນແຕ່ລະມື້ພ້ອມລາຍງານ ຕໍ່ການນຳຂັ້ນຕ່າງໆຢ່າງປົກກະຕິ.
  • ຕິດຕາມ, ກວດກາ, ປະເມີນຜົນ, ຖອດຖອນ ບົດຮຽນທຸກວຽກງານເປັນແຕ່ລະໄລຍະ, ພ້ອມທັງສະຫຼຸບ, ລາຍງານໃຫ້ປົກກະຕິ.
  • ກໍ່ສ້າງຫ້ອງການ ຊສ ເມຶອງ ແລະ ຫ້ອງການ ອຸຕຸນິຍົມ ຈຳນວນ 3 ຫຼັງ ໃຫ້ສຳເລັດ
  • ຝຶກອົບຮົມໄປແລກປຽ່ນບົດຮຽນດ້ານວິຊາສະເພາະ, ວິຊາການ ແລະ ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນ, ຄົ້ນຄ້ວາບຸກຄະລາກອນຕາມຄວາມເໝາະສົມ, ຕົວຈິງຂອງໜ້າວຽກ.
  • ສ້າງນິຕິກຳລຸ່ມກົດໝາຍໃຫ້ໄດ້ 2 ນິຕິກຳ.

ກອງປະຊຸມໄດ້ມີການແລກປຽ່ນຄຳຄິດຄຳເຫັນຈາກບັນດາກະຊວງທີ່ເຂົ້າຮ່ວມ ແລະ ບັນດາເມືອງຂື້ນຜ່ານໜ້າວຽກການຈັດຕັ້ງປະຕິບັດ 1 ປີຜ່ານມາ ແລະ ທິດທາງແຜນການປີ 2020, ກອງປະຊຸມໄດ້ມີບັນຍາກາດຝົດຟືນ ແລະ ມີຄວາມໜາຍຄວາມສຳຄັນຫຼາຍໃນການຈັດຕັ້ງປະຕິບັດໃນຂັ້ນທ້ອງຖີ້ນ,

  ທ້າຍສຸດ  ທ່ານ ສົມສະຫວງນ ສຸວັນນະລາດ ໄດ້ຂື້ນຮັບຄຳໂອວາດ ແລະ ທິດຊີ້ນຳຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກອງປະຊຸມໄດ້ດຳເນີນມາເປັນເວລາ 1 ວັນ ແລະ ໄດ້ປິດລົງຢ່າງເປັນທາງການ.