ໃນຕອນເຊົ້າຂອງວັນທີ່ 20-21 ກຸມພາ 2020 ທີ່ຜ່ານມາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ, ໄດ້ເປິດກອງປະຊຸມບັ້ນດຳເນີນຊິວິດການເມືອງ ເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ໃຫ້ກຽ່ດເປັນປະທານ ທ່ານ  ແດນປີ ມູນທະດີ ຮອງເລຂາຄະນະພັກແຂວງ  ແລະ  ທ່ານ ບຸນເສັງ ປະຖັມມະວົງ ຄະນະປະຈຳພັກແຂວງ ເປັນປະທ່ານ ຜ່ານ ສອງໄລຍະ ມີບັນດາ ເລຂາ, ຮອງເລຂາ, ຄະນະສຸກຢູກອງປະຊຸມຂັ້ນແຂວງ ພ້ອມທັງບັນດາສະຫາຍສະມາຊິກພັກເຂົ້າຮ່ວມ 69 ສະຫາຍ, ຍິງ 17 ສະຫາຍ, ສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

      ກອງປະຊຸມໃດ້ຜ່ານສອງເນື້ອໃນເອກະສານ ໃນວັນທີ່ 14 ກຸມພາ 2020 ໂດຍແມ່ນທ່ານ ຮອງເລຂາຄະນະພັກແຂວງ ທ່ານ ແດນປິ ມູນທະດີ ໃຫ້ກຽດເຜີຍແຜ່,ເຊື່ອມຊື່ມເອກະສານ,  ຄໍາສັງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ  7 ພຶດສະພາ 2018 , ​ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 784/ຄກສພ, ລົງວັນທີ 14 ກັນຍາ 2018,  ເອກະສານບົດທີ 1 ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັກ, ເອກະສານບົດທີ 2 ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ໄລຍະທີ 2 ໃນວັນທີ 20-21 ກຸມພາ ໄດ້ຮັບການເຊືອມ 3 ເອກະສານ ນໍາສະເໜີໂດຍ ທ່ານ ບຸນເສັງ ປະຖັມມະວົງ ຄະນະປະຈຳພັກແຂວງ ປະກອບມີສາມເອກະສານ ເຊັ່ນ: ບົດທີ 1 ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັກ, ບົດທີ 2 ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ບົດທີ 3 ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ກອງປະຊຸມເຊື່ອມຊື່ມ ແມ່ນເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໃນອິກບໍ່ດົນ.