ພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ  ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃດໄຂຂື້ນໃນຕອນບ່າຍຂອງວັນທີ່ 06 ສິງຫາ 2020,ທີ່ຫ້ອງປະຊຸ່ມໃຫ່ຍຂອງພະແນກພາຍໃຕ້ການເປັນປະທ່ານຂອງສະຫາຍ ລົມເຢັນ ສີສຸວົງ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະຮາກຖານຊາວໜຸ່ມພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ສະຫາຍ  ທອງມະນີ ໂຄດບັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ອຸທອນ ສິງຫາດວງບັນຍາ  ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ມີແຂກຖືກເຊີນຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມທັງໜົດ 63 ສະຫາຍ ຍິງ 34 ສະຫາຍ.

ນພີທີ ສະຫາຍ ລົມເຢັນ ສີສຸວົງ ເລຂາຊາວໜຸjມຮາກຖານພະແນກ ໃດ້ຂື້ນຜ່ານບົດສະຫຼູບ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2019, ພ້ອມທັງທິດທາງແຜນການ ປີ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີສະມາຊິກຊາວໜຸ່ມທັງໜົດ 90 ສະຫາຍ,  ຍິງ 37 ສະຫາຍ,  ພາຍໃຕ້ການຊີ້ນຳນຳພາ ຂອງຄະນະພັກ, ຄະນະພະແນກ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຕາມຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ ເຊີງສະແດງໃຫ້ເຫັນໃນແຕ່ລະດ້ານດັ່ງນີ້:  ດ້ານການຈັດຕັ້ງຕິລາຄ່າໄດ້ 97%ດ ບຸກດ້ານການຝືກຝົນຫຼໍຫຼອມຮ່ຳຮຽນຕິລາຄ່າໄດ້ 94%, ບຸກດ້ານວິຊາຊີບມີວຽກເຮັດງານທຳຕິລາຄ່າໄດ້ 97%, 

         ໃນໂອການອັນມີຄວາມໜາຍຄວາມສຳຄັນນີ້, ຊາວໜຸ່ມຮາກຖານພະແນກ ຍັງໃດ້ຈັດພິທີ່ລາອອກຈາກຊາວໜຸ່ມທີ່ພົ້ນກະສຽດຢ່າງສົມກຽດໃຫ້ແກ່ບັນດາສະຫາຍຈຳນວນ 12 ສະຫາຍ,  ເພື່ອເປັນການຢັ້ງຢື້ນຜົນງານທີ່ຍາດມາໃດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ເປັນກຽດຂື້ນມອບໃບຢັ້ງຢື້ນ 4 ບຸກ ໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມທັງໂອລົມຕໍ່ພິທີ່,ແລະ  ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມຮາກຖານພະແນກ ຈົງເອົາໃຈໃສ່ຈັດຕັງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ , ດ້ານແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໂດຍຕິດພັນກັບວິຊາສະເພາະ ເປັນເສນາທິການໃຫ້ແກ່ຄະນະພັກ, ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ມີການຝົດຟື້ນຢ່າງຕໍ່ເນື່ອງ ແລະ ພ້ອມຮັກສາມູນເຊື້ອນາມມະຍົດໄວ້, ທັງໃດ້ຖືໂອການດັ່ງກ່າວເຜີຍແຜ່ຜົນສຳເລັດຂອງກອງປະຊຸ່ມໃຫ່ຍຜູ້ແທນຊ່າວໜຸ່ມຂອງແຂວງ ສະໃໜ່ທີ່ Vl ພ້ອມທັງຮຽກຮ້ອງມາຍັງຄະນະຊາວໜຸ່ມພ້ອມທັງສະມາຊິກຈົ່ງໄດ້ພ້ອມກັນນຳເອົາ ເນື້ອໃນຈິດໃຈມະຕິກອງປະຊຸ່ມໃຫ່ຍຄັ້ງນີ້ ໄປຈັດຕັງຜັນຂະຫຍາຍເຂົ້າໃນວຽກງານໃຫ້ໃດ້ຮັບຜົນດີ ກອງປະຊຸມໃດ້ດຳເນີນມາເປັນເວລາເຄີງວັນເຕັມ ແລະ ໃດ້ປິດລົງຢ່າສົມກຽດໃນັ້ນວັນດຽວກັນ.