ພິທີປ່ອນບັດທາບທາມເອົາຄະນະພັກພະແນກ ແລະ ຜູ້ກວດກາສອງໜ່ວຍພັກຄຸ້ມຄອງທີ່ດິນ, ໜ່ວຍພັກສິ່ງແວດລ້ອມ-ແຜນການ ແລະ ຂໍ້ມູນຂ່າວສານ ພສຊໄດ້ຈັດຂື້ນໃນຕອນແລງຂອງວັນທີ່ 20 ສິງຫາ ປີ 2020,ທີ່ຫ້ອງປະຊຸ່ມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ, ໂດຍໄດ້ຮັບກຽດເປັນປະທານຂອງທ່ານ ບຸນຄຳ ໄຊເຢ່ຍລໍວື  ຄະນະປະຈຳພັກແຂວງ, ປະທານກວດກາພັກລັດແຂວງ, ຄະນະພະແນກ  ຄະນະຈັດຕັງແຂວງ, ອົງການກວດກາແຫ່ງລັດ, ພ້ອມທັງອ້າຍນ້ອງພ່າຍໃນພະແນກຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມແຂວງເຂົ້າຮ່ວມທັງໜົດຢ່າງພ້ອມພຽງ.

         ກອງປະຊຸ່ມໄດ້ໃຫ້ກຽດຕາງໜ້າຄະນະຈັດຕັ້ງແຂວງ ທ່ານ ບຸນຄົບ ຈັນທະວົງ  ໄດ້ຂື້ນຜ່ານມາດຖານເງືອນໄຂ ຜູ້ສະໜັກເຂົ້າທາບທາມ ແລະ ວິທີປ່ອນບັດທາບທາມ, ໃນນັ້ນມີຜູ້ລົງສະໜັກ  8 ສະຫາຍ:

  1. ສະຫາຍ ວຽງແກ້ວ ໄຊພັກດີ.
  2. ສະຫາຍ ພູມີພົນ ສຸວັນນະລາດ.
  3. ສະຫາຍ ລົມເຢັນ ສິສຸວົງ.
  4. ສະຫາຍ ຍຸນໄຊ ບັນຍານຸວົງ.
  5. ສະຫາຍ ພອນໄຊ ພົມມະຫາໄຊ.
  6. ສະຫາຍ ບຸນກອງ ພິມມະວົງ.
  7. ສະຫາຍ ວິລະພົນ ອຸດົມ.
  8. ສະຫາຍ ບຸນເພັງ ມະຫາວົງ.

ຜ່ານການປ່ອນບັດທາບທາມ ແມ່ນໃດ້ເຮັດເປັນສອງຮອບ, ຮອບໜື່ງແມ່ນໄດ້ໃຫ້ພະນັກງານລັດທະກອນທັງໜົດພາຍໃນພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງປ່ອນເອົາໂດຍໃຫ້ໜາຍ ຕິກ ເອົາ1ສະຫາຍ ຜູທີ່ມີມາດຖານເງືອນໄຂຄົບຕາມການຂື້ນຜ່ານຂອງຄະນະຈັດຕັ້ງແຂວງ ແລະ ຂວາຍຕິນກາ ຜູ້ທີ່ບໍ່ໄດ້ຮັບເລືອກ,ພ້ອມດ້ວຍເຫດຜົນ,ຮອບທີ່້ສອງ ແມ່ນໃຫ້ບັນດາສະມາຊິກພັກສົມບູນ ແລະ ສຳຮອງ ຂັດເລືອກພາຍໃຕ້ມາດຖານແລະ ເງືອນໄຂດັ່ງກ່າວພາຍຫຼັງສຳເລັດແລ້ວ ຄະນະຈັດຕັ້ງກໍ່ໄດ້ຂື້ນຜ່ານມາດຖານ ແລະ ເງືອນໄຂ ໃນການປ່ອນບັດທາບທາມເອົາຜູ້ກວດກາ 2 ໜ່ວຍພັກ,  ຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ-ແຜນການ ແລະ ຂໍ້ມູນຂ່າວສານ ໃນນັ້ນມີຜູ້ສະໜົກທັງສອງໜ່ວຍ: ໜ່ວຍພັກຄຸ້ມຄອງທີ່ດິນ ສະຫາຍ ລົດສະກອນ ເພຍນາມວົງ, ສະຫາຍ ວຽງສາຄອນ  ໄຊຍະຄຳຜັນ ແລະ ໜ່ວຍພັກ ສິ່ງແວດລ້ອມ - ແຜນການ ແລະ ຂໍ້ມູນຂ່າວສານ ສະຫາຍ ບຸນມີ ວົງດາລາ, ສະຫາຍ ໄພວັນ ມະຫາວົງ.   

    ໃນໂອການອັນມີຄວາມໜາຍຄວາມສຳຄັນນີ້,ທ່ານ ບຸນຄຳ ໄຊເຢ່ຍລໍວື ໃດ້ໃຫ້ທິດຊີ້ນຳນຳພາກອງປະຊຸ່ມ ໃດ້ດຳເນີນມາເປັນເວລາເຄີງວັນເຕັມ ແລະ ໃດ້ປິດລົງຢ່າສົມກຽດໃນນັ້ນວັນດຽວກັນ.