ໃນຕອນເຊົ້າຂອງວັນ 06 ກຸມພາ ປີິ 2020, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃດ້ເປິດກອງປະຊຸມສະຫຼູບວຽກງານປະຈຳປີ 2019 ແລະ ທິດທາງແຜນການ 2020 ຂື້ນທີ່ຫ້ອງປະຊຸມໃຫ່ຍຂອງຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ ຢ່າງເປັນທາງການ. ໃຫ້ກຽ່ດເປັນປະທານ ທ່ານ ສົມມາດ  ພົລເສນາ  ກຳມະການສູນກາງພັກ, ເລຂາຄະນະພັກ,  ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,  ພ້ອມດ້ວຍ ທ່ານ  ບຸນເສັງ  ປະທໍາມະວົງ ຄະນະປະຈຳພັກແຂວງ ຮອງ ເຈົ້າແຂວງ ບໍລິຄຳໄຊ,ໃຫ້ກຽ່ດເປັນປະທານ,  ນອກນັ້ນຍັງມີບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ກອງຕິດຕາມຊັບພະຍາກອນເຂົ້າຮ່ວມ ແລະ ບັນດາບັນດາເມືອງ 7 ຄົວເມືອງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ 7 ເມືອງ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມ 146 ທ່ານ.

                   ໃນຕອນເຊົ້າຂອງວັນ 04 ກຸມພາ ປີິ 2020, ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ ໃດ້ເປິດກອງປະຊຸມ ການເຄື່ອນໄຫວ່ຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ທີ່ຂື້ນກັບ ພຊສ ແຂວງ. ພ່າຍໃຕ້ການເປັນປະທານຮ່ວມ ທ່ານ ນາງ ທອງຈັນ ອະຄະມາເຂດ ຮອງ ຫົວໜ້າ  ກົມຈັດຕັ້ງ - ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ   ທ່ານ ສົມສະຫງວນ ສຸວັນນະລາດ  ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນກອງປະຊຸ່ມຄັ້ງນີ້ ປະກອບມີ 8 ຂະແໜງການ  ແລະ  ບັນດາຕົວເມືອງ 7 ຕົວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ

                                  ໃນຕອນເຊົ້າຂອງວັນທີ 03 ມັງກອນ  2020 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ປິດພີທີບັ້ນດຳເນີນຊິວິດການເມືອງ ກວດກາໜ່ວຍພັກ  ປອດໃສ, ເຂັ້ມແຂງ,  ໜັກແໜ້ນ ປີ 2019 ຂອງຮາກ ຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ຫ້ອງປະຊຸມໃຫ່ຍຂອງພະແນກ ພາຍໃຕ້ການເປັນປະທານ ທ່ານ  ບຸນຄໍ້າ ໄຊເຢຍລໍ່ວື   ຄະນະປະຈໍາພັກແຂວງ ທັງເປັນ ຫົວໜ້າ ອົງການກວດກາລັດ,ພ້ອມທັງ ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ  ຄະນະພັກຮາກຖານ ,  ແຂກ ແລະ ສະຫາຍ ສະມາຊິກພັກ ສົມບູນ ແລະ ສໍາຮອງ ເຂົ້າຮ່ວມ  76 ສະຫາຍ ຍິງ 23 ສະຫາຍ.

ໃນຕອນເຊົ້າຂອງວັນທີ 26 ທັນວາ  2019 ທີ່ຫ້ອງປະຊຸມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມບັ້ນດຳເນີນຊິວິດການເມືອງ ກວດກາໜ່ວຍພັກ  ປອດໃສ, ເຂັ້ມແຂງ,  ໜັກແໜ້ນ ປີ 2019 ຂອງຮາກ ຖານພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານ ທ່ານ ສົມສະຫງວນ ສຸວັນນະລາດ  ເລຂາຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ  ຄະນະພັກຮາກຖານ ,  ເລຂາ ພັັກຮາກຖານ ພ້ອມທັ້ງ ສະຫາຍ ສະມາຊິກພັກ ສົມບູນ ແລະ ສໍາຮອງ ເຂົ້າຮ່ວມ  76 ສະຫາຍ ຍິງ 23 ສະຫາຍ.

Subcategories