ພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ  ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃດໄຂຂື້ນໃນຕອນບ່າຍຂອງວັນທີ່ 06 ສິງຫາ 2020,ທີ່ຫ້ອງປະຊຸ່ມໃຫ່ຍຂອງພະແນກພາຍໃຕ້ການເປັນປະທ່ານຂອງສະຫາຍ ລົມເຢັນ ສີສຸວົງ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະຮາກຖານຊາວໜຸ່ມພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ສະຫາຍ  ທອງມະນີ ໂຄດບັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ອຸທອນ ສິງຫາດວງບັນຍາ  ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ມີແຂກຖືກເຊີນຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມທັງໜົດ 63 ສະຫາຍ ຍິງ 34 ສະຫາຍ.

         ໃນຕອນເຊົ້າຂອງວັນ 14 ກໍລະກົດ ປີິ 2020, ທີ່ຫ້ອງປະຊຸມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໃດ້ເປິດກອງປະຊຸມສະຫຼູບວຽກງານການຈັດຕັ້ງປະຕິບັດແຜນພັດທະນາ 6 ເດືອນຕົນປີ 2020 ແລະ ທິດທາງແຜນການ  6 ເດືອນ ທ້າຍປີ 2020, ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຂື້ນຢ່າງເປັນທາງການ, ປະທານກອງປະຊຸມ  ທ່ານ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານ ຄະນະພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມີບັນດາຂະແໜງການຂອງພະແນກ ແລະບັນດາເມືອງ 7ຕົວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

                   ກອງປະຊຸມໃຫ່ຍຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງ ບໍລິຄຳໄຊ ໄດ້ໄຂຂື້ນໃນຕອນເຊົ້າ ເວລາ 13,00 ໂມງ ຂອງວັນທີ20 ມິນາ 2020 ແລະ ດໍາເນີນມາເປັນເວລາ ​ເຄິ່ງ ວັນ ຢູ່ທີ່ຫ້ອງປະຊຸມ ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມ​ສະຫງວນ ສຸວັນນະ​ລາດ ,ກອງປະຊຸມໄດ້ຮັບກຽດຕ້ອນຮັບການເຂົ້າຮ່ວມຂອງສະຫາຍ ບຸນ​ຄຳ ​ໄຊ​ເຢ່ຍລໍ່ວື່ ຄະນະ​ປະຈຳ​ພັກ​ແຂວງ,ມີແຂກຖືກເຊີນຈາກ ຄະນະ​ພັກ​ຮາກ​ຖານອ້ອມຂ້າງຈຳນວນ 8 ສະຫາຍ, ມີສະມາຊີກພັກເຂົ້າຮ່ວມທັງໝົດ 71 ສະຫາຍ,ສຳຮອງ 3 ສະຫາຍ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມມະຕິປັນຍາຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມດຳເນີນບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ກອງປະຊຸມໄດ້ກຳນົດ.

     ກອງປະຊຸມໃດ້ດໍາເນີນມາເວລາ 2 ວັນເຕັມ ທາມກາງບັນຍາກາດທີ່ທົ່ວພັກ, ກຽ່ມຄໍານັບຮັບຕ້ອນ ກອງປະຊຸມໃຫ່ຍ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ,ກອງປະຊຸມໄດ້ດຳເນີນໄປດ້ວຍຄວາມເປັນລະບຽບ ແລະ ມີຄວາມເປັນເອກະພາບຂອງແຕ່ລະໜ່ວຍພັກ, ມີຄວາມຍີ້ນດີ ແລະ ເຫັນດີຕໍ່ຜົນຂອງຄະແນນທີ່ໄດ້ຄັດເລື່ອກເອົາ ເລຂາ, ຮອງເລຂາ,ຜູ້ກວດກາໜ່ວຍຊຸດໃໜ່ຂອງ 4 ໜ່ວຍພັກຢ່າງເປັນເອກະພາບ.

        ໃນຕອນເຊົ້າຂອງວັນທີ່ 20-21 ກຸມພາ 2020 ທີ່ຜ່ານມາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ, ໄດ້ເປິດກອງປະຊຸມບັ້ນດຳເນີນຊິວິດການເມືອງ ເພື່ອກະກຽມເປິດກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ໃຫ້ກຽ່ດເປັນປະທານ ທ່ານ  ແດນປີ ມູນທະດີ ຮອງເລຂາຄະນະພັກແຂວງ  ແລະ  ທ່ານ ບຸນເສັງ ປະຖັມມະວົງ ຄະນະປະຈຳພັກແຂວງ ເປັນປະທ່ານ ຜ່ານ ສອງໄລຍະ ມີບັນດາ ເລຂາ, ຮອງເລຂາ, ຄະນະສຸກຢູກອງປະຊຸມຂັ້ນແຂວງ ພ້ອມທັງບັນດາສະຫາຍສະມາຊິກພັກເຂົ້າຮ່ວມ 69 ສະຫາຍ, ຍິງ 17 ສະຫາຍ, ສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

Subcategories